All Rights Reserved . LAO America © 2004 -2005-2006
![]() |
ສະບາຍດີ- ແມ່່ນຄໍາເວົ້າ ທີ່ຄົນລາວໃຊ້ທັກທາຍກັນ ມັກໃຊ້ເວົ້າພ້ອມກັບຮອຍຍິ້ມ. ການ ແຕະເນື້ອຕ້ອງຕົວ ຫຼືສແດງຄວາມຮັກໃຄ່ ຫຼືໃຫ້ຄວາມສເນ່ຫາຕໍ່ກັນ ໃນສະຖານທີ່ສາທາ ຣະນະ ເປັນສິ່ງທີ່ຍອມຮັບບໍ່ໄດ້ໃນລາວ. THE LAO WORD FOR HELLO IS' SABAI DEE' , USUALLY SAID WITH A SMILE. TOUCHING OR SHOWING AFFECTION IN PUBLIC WILL EMBARRASS YOUR HOSTS. |
|||
![]() |
ການຍົກມືນົບ ເປັນການສແດງຄວາມເຄົາຣົບນອບນ້ອມ ແລະນັບຖືຊຶ່ງກັນ ແລະກັນ ຕາມຮີດຄອງປະເພນີຂອງລາວ ເພື່ອເປັນການທັກທາຍຊຶ່ງກັນ ແລະກັນ. ແຕ່ວ່າ ການ ສັມຜັດມືລະຫວ່າງຜູ້ຊາຍດ້ວຍກັນ ກໍເປັນສິ່ງທີ່ຍອມຮັບໄດ້ເຊັ່ນດຽວ ໃນປະຈຸບັນ . LAO PEOPLE TRADITIONALLY GREET EACH OTHER BY PRESSING THEIR PALMS TOGETHER TO 'NOP' , ALTHOUGH IT IS ACCEPTABLE FOR MEN TO SHAKE HANDS. |
|||
![]() |
ໃນລາວ, ຄົນລາວຈະຖືຫົວຂອງຕົນ ເປັນສິ່ງທີ່ສູງສຸດ ແລະຖືຕີນ ເປັນສິ່ງທີ່ຕໍ່າສຸດ. ການ ທີ່ຈະໃຊ້ຕີນເຮັດແນວອື່ນ ນອກຈາກຈະໃຊ້ໄວ້ຍ່າງ ຫຼືຫິ້ຼນກິລາແລ້ວ, ກໍຖືວ່າເປັນເລື້ອງ ທີ່ຫຽາບຄາຍ ແລະຍອມຮັບບໍ່ໄດ້. IN LAOS YOUR HEAD IS 'HIGH' , YOUR FEET 'LOW'. USING YOUR FEET FOR ANYTHING OTHER THAN WALING OR PLAYING SPORT IS GENERALLY CONSIDERED RUDE. |
|||
![]() |
ການຈັບຫົວ ຫຼືບາຍຫົວຂອງບຸກຄົນໃດບຸກຄົນອື່ນ ແມ່ນຖືວ່າບໍ່ສຸພາບ ແລະຂາດ ມາຣະຍາດທີ່ສຸດ. TOUCHING SOMEONE'S HEAD IS VERY, VERY IMPOLITE |
|||
![]() |
ຊາວລາວມັກນັກທ່ອງທ່ຽວທີ່ສະອາດ ແລະນູ່ງເຄື່ອງສຸພາບຮຽບຮ້ອຍ. LAO PEOPLE APPRECIATE CLEAN AND NEATLY DRESSED VISITORS |
|||
![]() |
ການເປືອຍກາຍ ແກ້ຜ້າອາບນໍ້າ ໃນສະຖານທີ່ສາທາຣະນະນັ້ນ ເປັນສິ່ງທີ່ບໍ່ສຸພາບ ແລະບໍ່ຄວນເຮັດ . BATHING NUDE IN PUBLIC IS IMPOLITE |
|||
![]() |
ກະຣຸນາຈໍາໄວ້ວ່າ ຕ້ອງປົດເກີບຂອງທ່ານກ່ອນ, ເວລາທ່ານເຂົ້າໄປໃນເຮືອນ ຂອງຄົນລາວ. โ PLEASE REMEMBER TO TAKE YOUR SHOES OFF BEFORE YOU ENTER A LAO PERSON'S HOME. |
|||
![]() |
ຈົ່ງຈໍາໄວ້ວ່າ ຫົວຂອງທ່ານນັ້ນເປັນສິ່ງທີ່ສູງ ແລະຕິນຂອງທ່ານເປັນສິ່ງທີ່ຕໍ່າ. ຈິ່ງເປັນ ການທີ່ສຸພາບ ທີ່ທ່ານຈະກົ້ມຕົວລົງຫນ້ອຍນຶ່ງ ໃນທຸກໆເທື່ອທີ່ທ່ານຍ່າງຜ່ານ (ທາງ ຫນ້າ ຫຼືທາງຫັຼງ) ຂອງຄົນທີ່ນັ່ງຢູ່ ແລະບໍ່ຕ້ອງ ຍ່າງຂ້ວາມໃຜຜູ້ໃດນຶ່ງໄປຢ່າງເດັດ ຂາດ. REMEMBER, YOUR HEAD IS 'HIGH' , YOUR FEET 'LOW'. IT IS POLITE TO GENTLY CROUCH DOWN WHEN PASSING SOMEONE WHO IS SEATED. NEVER, EVER STEP OVER SOMEONE IN YOUR PATH |
|||
![]() |
ການຈູບ ແລະກອດກັນໃນສະຖານທີ່ສາທາຣະນະ ເປັນສິ່ງທີ່ບໍ່ສຸພາບ. ໂປຣດໃຫ້ຄວາມ ຮອບຄອບ ແລະຢັບຢັ້ງອາຣົມຂອງທ່ານດ້ວຍ. . KISSING AND HUGGING IN PUBLIC IS IMPOLITE. PLEASE BE DISCRETE |
|||
![]() |
ຄົນລາວມັກຄ່ອຍເວົ້າກັນຢ່າງນຸ່ມນວນ ບໍ່ມັກການປະເຊີນຫນ້າ ຫຼືປະທະກັນ. ຢ່າໃຊ້ ສຽງດັງ ຫຼືຂຶ້ນສຽງ ໃນເມື່ອເວົ້າກັບຄົນລາວ. LAO PEOPLE SPEAK SOFTLY AND AVOID CONFRONTATION. PLEASE DO NOT SHOUT OR RAISE YOUR VOICE. |
|||
![]() |
ກ່ອນຈະຖ່າຍຮູບເອົາ ຫຼືກັບໃຜຜູ້ໃດນຶ່ງ ເປັນການດີທີ່ສຸດ ໃຫ້ຂໍອະນຸຍາດນໍາເຂົາ ເຈົ້າກ່ອນ ວ່າເຂົາເຈົ້າຈະຍິນດີ ຫຼືບໍ່ . BEFORE YOU TAKE A PHOTO OF SOMEONE ASK IF IT IS OK. |
|||
![]() |
ກະຣຸນາຢ່າແຈກຢາຍຂອງຂັວນ ຫຼືຂອງຕ້ອນໃຫ້ແກ່ເດັກນ້ອຍ, ມັນຈະເປັນການສົ່ງເສີມ ເຮັດໃຫ້ເກີດມີການຂໍທານເກີດຂຶ້ນ. ແຕ່ຄວນມອບໂດຽຜ່ານອົງການຈັດຕັ້ງບ້ານ ຫຼືການ ຈັດຕັ້ງມະຫາຊົນເປັນຜູ້ແຈກຢາຍ. PLEASE DO NOT DISTRIBUTE GIFTS TO CHILDREN AS IT ENCOURAGES BEGGING, BUT GIVE TO AN ESTABLISHED ORGANISATION OR VILLAGE ELDERS INSTEAD. |
|||
![]() |
ໃນເມືອ່ຫາກມີໂອກາດ, ລອງຮັບປະທານອາຫານລາວທີ່ແຊບຊ້ອຍເບິ່ງ. ນັ້ນມັນເປັນ ການຊ່ວຍເຫຼືອທຸຣະກິດປະຈໍາທ້ອງຖິ່ນ ແລະຊາວໄຮ່ນາລາວນໍາດ້ວຍ. TRY EATING DELICIOUS LAO FOOD WHENEVER YOU CAN. IT HELPS LOCAL BUSINESS AND LAO FARMERS |
|||
![]() |
ພຣະພູທຣູບເປັນສິ່ງທີ່ສັກກາຣະບູຊາ, ກະຣຸນາສະແດງຄວາມນົບນ້ອມ ໃຫ້ຄວາມເຄົາ ຣົບ ດ້ວຍການນຸ່ງຫົ່ມທີ່ສຸພາບຮຽບຮ້ອຍ ໃນເມືອ່ຢູ່ຕາມວັດວາອາຮາມຕ່າງໆ ແລະໃນ ເມື່ອຫາກທ່ານຖ່າຍຮູບ. PLEASE SHOW RESPECT AND DRESS NEATLY WHILE IN TEMPLES AND WHEN TAKING PHOTOS. |
|||
![]() |
ເມືອງລາວ ມີສິ່ງທີ່ສັກກາຣະບູຊາ ໃນສະຖານທີ່ຕ່າງໆຢ່າງຫຼວງຫຼາຍ, ກະຣຸນາ ຢ່າແຕະຕ້ອງ ຫຼືເຂົ້າໄປໃນສະຖານທີ່ ທີ່ສັກສິດແຫ່ງນັ້ນ ໂດຽທີ່ບໍ່ໄດ້ຮັບອະນຸຍາດ.
|
|||
![]() |
ພຣະສົງຄ໌-ສັມມະເນນ ເປັນບຸກຄົລ ທີ່ຊາວລາວໃຫ້ຄວາມເຄົາຣົບບູຊາ ແລະນັບຖື, ຢ່າງໃດກໍຕາມ ບໍ່ຄວນຖືກເນື້ອຕ້ອງຕົວເພິ່ນ ແມ່ນແຕ່ ຈີວອນ ຫຼື ຜ້າສະບົງຂອງເພິ່ນ. MONKS ARE REVERED AND RESPECTED IN LAOS, HOWEVER WOMEN SHOULD NOT TOUCH A MONK OR A MONK'S ROBES |
|||
![]() |
ກະຣຸນາຊ່ວຍກັນຮັກສາຄວາມສອາດ ແລະຄວາມສວຍງາມຂອງປະເທດລາວ. ການບໍ່ ຖິ້ມສິ່ງຂອງຊະຊາຍ, ແລະເກັບສິ່ງຂອງທີ່ບໍ່ງາມຕາ ເປັນການໃຫ້ແບບຢ່າງທີ່ດີ ໃຫ້ແກ່ເຍົາວະຊົນລາວ. PLEASE HELP TO KEEP LAOS CLEAN AND BEAUTIFUL BY NOT LEAVING LITTER. PICKING UP RUBBISH SETS A GOOD EXAMPLE FOR LAO YOUTH. |
|||
![]() |
ການຊຶ້ສັດປ່າ ຫຼືຜລິຕພັນສັດປ່າ ເປັນການເຮັດໃຫ້ສາຍພັນສັດປ່າພື້ນເມືອງຂອງລາວ ກ້າວໄປສູ່ການສູນພັນ. ໂປຣດຊ່ວຍພິທັກສັດປ່າ. THE ILLEGAL SALE OF WILDLIFE AND WILDLIFE PRODUCTS ENDANGERS MANY SPECIES NATIVE TO LAOS. HELP PROTECT LAO WILDLIFE BY REFUSING TO BUY WILDLIFE PRODUCTS. |
|||
![]() |
|
|||
![]() |
ການຊື້, ເສບ ແລະມີຢາເສບຕິດໄວ້ໃນຄອບຄອງ ເປັນສິ່ງທີ່ຜິດກົດຫມາຍໃນລາວ ອາດຈະກໍ່ໃຫ້ເກີດຜົນສະທ້ອນອັນຮ້າຍແຮງ ແລະຫນັກຫນ່ວງຕໍ່ຕົວຂອງທ່ານເອງ ແລະຕໍ່ສັງຄົມລາວນໍາອີກດ້ວຍ. THE USE OF DRUGS IS ILLEGAL IN LAOS. THE CONSEQUENCES MAY BE SEVERE FOR YOU AND LAO SOCIETY. |
|||