All Rights Reserved . LAO America © 2004 -2005-2006-2007-2008
Lao Advancement Organization of America (LAO America)
LAO America would like to thank these individuals and organizations for their continued support
- ການ/ຶກອົບຮົມກ່ຽວກັບ ການປຸງແຕ່ງອ໑ຫານ ເພື່ອສຸຂພາບ ໄດ້ສິ້ນສຸດ ລົງໄປແລ້ວອີກຊຸດນຶ່ງ ດ້ວຍຜົນສໍາເຣັດອັນ ງົດງາມ ພາຍຫຼັງທີ່ໄດ້ຜ່ານ ການອົບຮົມ ມາແລ້ວເປັນເວລາສາມເດືອນເຕັມ. (please click here for more pictures)
- ຄວາມສັມພັນທ໌ໄມຕຣີໄດ້ຮັບ ການປັບປຸງ ໄປສູ່ຣະດັບໃຫມ່ >>> ໃນຊ່ວງທີ່ຜ່ານມາ, ອົງ ການລາວ ເພື່ອຄວາມ ກ້າວຫນ້າໃນສະຫະຣັຖ ໄດ້ຈັດໃຫ້ມີກອງປະຊຸມພົບປະກັນຂຶ້ນ ຣະຫວ່າງພີ່ ນ້ອງຊາວລາວ ກັບເຈົ້າຫນ້າທີ່ຕໍາຣວຈ ເມືອງບຣູກ ຄລິນເຊັນເຕີຣ໌ ແລະບຣຸກ ຄລິນປາຄ໌...... (ຍັງມີຕໍ່)
- ນໍ້າໃຈອັນສູງສ່ົງຂອງນັກ ອາສາສມັກ ໃນວຽກ ງານບູຣະນະແລະສ້ອມແປງ ສູນວັທນະທັມ ລາວ >>> ນອກເຫນືອຈາກ ການທີ່ໄດ້ຮັບທຶນ ຊ່ວຍ ເຫຼືອທີ່ຈໍາເປັນ ໃຫ້ແກ່ການບູຣະ ນະສ້ອມແຊມ ຈາກກອງທຶນມູນນິທິຕ່າງໆແລ້ວ, ສູນວັທນະທັມ ລາວແຫ່ງນີ້ ຍັງໄດ້ຮັບຄວາມເອົາໃຈໃສ່ ຈາກນໍ້າໃຈ ເສັຽສລະອັນສຸງສົ່ງ ຂອງບັນດານັກອາສາສມັກ ຈາກຊຸມຊົນຊາວ ລາວເຮົາເປັນຢ່າງດີ .
- ການກວດສຸຂພາບໃຫ້ແກ່ຜູ້ອາຍຸສູງ ໄດ້ຮັບຜົນ ສໍາເຣັດເປັນຢ່າງດີ >>> ການກວດສຸຂພາບ ຂອງຜູ້ທີ່ສູງອາຍຸ ກໍແມ່ນຫນຶ່ງ ໃນ ບັນດານະໂບາຍ ຕ່າງໆຂອງໂຄງການ (ບາດກ້າວໄປ ສູ່ສຸຂພາບ ທີ່ດີໆ) ຂອງເມຶອງ.......ຍັງມີຕໍ່
- ປະຊາຄົມລາວ ກັບເຈົ້າຫນ້າທີ່ຕໍາຣວຈ
- ລາວອາເມຣິກາ ຮ່ວມກັບຊຸມຊົນຊາວລາວ ໃນຣັຖ ມີນີໂຊຕາ ພ້ອມກັນໃຂສັກກະຣາດ >>> ອົງການລາວເພື່ອ ຄວາມກ້າວຫນ້າໃນ ສະຫະຣັຖ ຮ່ວມ ກັບເຈົ້kຫນ້າທີ່ຕໍາ ຣວຈ ເມືອງບຣຸກ ຄລິນເຊັນເຕີຣ໌ ແລະບຣຸກຄລິນ ປາກ ໄດ້ພ້ອມຈັດ ກອງປະຊຸມພົບປະ ກັບຊຸມຊົນຊາວລາວ ເພື່ອເປັນການເສີມຄວາມ ຮັບຮູ້ ທາງດ້ານກົດຫມາຍ ແລະຣະບຽບການ ໃນການດໍາຣົງຊີວິດ ໃນສັງຄົມໃຫມ່. (please click here for more pictures)
- ີ(please click here to continue)
LAO America & AFH Build the Future of the Lao Community Together
NEED FORMS:>>>
On June 22, 2006 LAO America had the opportunity to me with members of Architecture for Humanity Minnesota (AFH) to discuss and brainstorm ideas for renovating and remodeling the Lao Cultural Center. AFH Minnesota is a group of local architects and other building professionals that provide design and consulting services to groups who could not afford these services on the open market. The meeting, called a design charrette , resulted in many interesting ideas like painting a Lao scenes mural on one side of the building and designing a space dedicated to arts and crafts. Also discussed were more mundane topics, but of vital importance, like roof repair, landscaping, energy conservation and reducing utility cost through storm water runoff control. AFH members took all the ideas and drawings and will develop a presentation packet the LAO America can present to potential funders. Check back to see the ideas!. (See Also)
.ຕ້ອງການຄໍາຮ້ອງຂໍ
Lao Advancement Organization of America (LAOAmerica) focus on increasing the ability of low-income Southeast Asian seniors
ໂຄງການສໍາລັບຜູ້ສູງອາຍຸ Senior Programs
Youth Summer & After-School Program will be continue
ສູນວັທນະທັມລາວ ໄດ້ຖືກເລືອກ ໃຫ້ເປັນສຖານ ທີ່ຈັດກອງປະຊຸມໃຫຽ່ Asian Health Disparities Forum
ໃນຕອນເຊົ້າຂອງວັນທີ ໑ ເດືອນສິງຫາ ຄສ. ໒໐໐໘ ເລີ້ມແຕ່ເວ ລາ ໙ ໂມງເປັນຕົ້ນໄປ, ທີ່ສູນວັທນະທັມລາວ ໄດ້ຈັດໃຫ້ມີກອງປະ ຊຸມ ຄວາມບໍ່ເຫມືອນກ່ຽວພັນສຸຂພາບແຫ່ງເອເຊັຽ ຊຶ່ງໄດ້ມີຫຼາຍ ອົງການ ພາຍໃນຣັຖ ໄດ້ເຂົ້າຮ່ວມເປັນ ຈໍານວນຫຼວງຫຼາຍ.
Lao Advancement Organization of America Explores the Power of Community Collaboration
As community organizations consider how to build power, many recognize the potential . ( continued)
ພລັງແຫ່ງການຣ່ວມມື ໃນຫມູ່ປະຊາຄົມ
ໂຄງການສຶກສາ ແລະຄົ້ນຄ້ວາກ່ຽວກັບຢາສູບ ໃນຂອບເຂດ ທົ່ວຣັຖ ເປັນນະໂຍບາຍຂອງອົງການຮ່ວມອົງການນຶ່ງ ຂອງ ຊາວເອເຊັຽຕາເວັນອອກສ່ຽງໄຕ້ ທີ່ໄດ້ສ້າງຕັ້ງຂຶ້ນມາ ໃນຊ່ວງ ຂອງຣະດູບານໃຫມ່ ປີ ໒໐໐໗ ເພື່ອຈຸດປະສົງ ໃນການສົມທົບ ແລະແລກປ່ຽນຄວາມຄິດຄວາມເຫັນຊຶ່ງກັນ ແລະກັນ ແລະ ພ້ອມດຽວ ກໍຊອກຫາທຸກວິທີທາງ ເພື່ອຫຼົບຫູີກຈາກຜົນສະ ທ້ອນ ທີ່ເປັນອັນຕະຣາຍ ຕໍ່ສຸຂພາບຂອງສັງຄົມ ຈາກການ ສູບຢາ. ໃນມື້ວັນທີ ໑໓ ເດືອນກັນຍາທີ່ຜ່ານມາ, ທາງອົງການ ໄດ້ຈັດໃຫ້ມີກອງປະຊຸມສລຸບຜົນສໍາເຣັດ ຂອງແຜນການໄລຍະ ຫນຶ່ງຂຶ້ນ ຊຶ່ງໃນນັ້ນ ກໍໄດ້ມີຜູ້ເຂົ້າເປັນຈໍານວນຫຼວງຫຼາຍ ຊຶ່ງ ມາຈາກຫຼາຍພາກສ່ວນຄື:
ອົງການລາວເພື່ອຄວາມກ້າວ ຫນ້າໃນສະຫະຣັຖ, ສະມາຄົມເພື່ອຄວາມກ້າວຫນ້າຂອງແມ່ ຍິງມົ້ງໃນຣັຖມີນີໂຊຕາ,
ສະຫະສະມາຄົມກັມພູຊາ,
ຊຸມຊົນ ຄອບຄົວຄົນລາວໃນຣັຖມີນີໂຊຕາ, ສະມາຄົມຫວຽດນາມ, ສະມາຄົມຄົນທີ່ບໍ່ສູບຢາ-
ຣັຖມີນີໂຊຕາ ແລະມະຫາວິທຍາລັຍ ແຫ່ງຣັຖມີນີໂຊຕາ, ຄນະສັງຄົມສາດ. ກອງປະຊຸມໄດ້ປິດລົງດ້ວຍຜົນສໍເຣັດເປັນຢ່າງດີ ໂດຽໄດ້ມີການ ສແດງສິລປະການຟ້ອນ ທີ່ມາຈາກຫຼາຍພາກສ່ວນ ເພື່ອເປັນ ການປິດທ້າຽ.
ສູນວັທນະທັມລາວ ຍັງໄດ້ຮັບການສືບຕໍ່ປົວແປງ
ທິມງານວິສວະກອນກໍ່ສ້າງ Team of Architecture for Humanity Minnesota (AFHMN) ໄດ້ເລີ້ມຕົ້ນອອກແບບ ແລະຈັດ ຮາກຖານການກໍ່lສ້າງ ລານຄົວກີນກາງແຈ້ງ ທີ່ດ້ານ ຫຼັງຂອງສູນວັທນະທັມລາວ. ອົງການລາວເພື່ອ ຄວາມກ້າວ ຫນ້າໃນສະຫະຣັຖ ຂໍສແດງຄວາມຂອບໃຈ ຢ່າງ ລົ້ນເຫຼືອ ມາ ຍັງທິມງານ ທີ່ຊົດຊ່ວຍ ເພື່ອເຮັດໃຫ້ທາງອົງການ ໄດ້ມີສະຖານ ທີ່ຄົວກິນ ແບບກາງແຈ້ງ ໃຫ້ແກ່ໂຄງການ ຜູ້ອາຍຸສູງ ແລະຊາວ ຫນຸ່ມເຍົາວະຊົນລາວ ໄດ້ມີໂອກາດໄດ້ ຊົມໃຊ້ຕໍ່ໄປໃນອະນາຄົດ..
Merry Christmas & Happy New Year
ໃບຫນ້າໃຫມ່, ເນື້ອໃນໃຫມ່ ໃນປີໃຫມ່ ຂອງ laoamerica.org
ເວັບໄຊທ໌ laoamerica.org ຮັບໃຊ້ຫນ້າທີ່ເປັນກະບອກສຽງ ຂອງອົງການລາວເພື່ອຄວາມກ້າວຫນ້າໃນສະຫະຣັຖ ໃນການ ສື່ສານໃຫ້ຊຸມຊົນ ແລະຊາວອາເມຣິກາ ໄດ້ຮັບຮູ້ຂ່າວຄາວ ການເຫນັງຕີງພາຍໃນອົງການ ແລະສາຣະຄະດີ ອື່ນໆ ທີ່ມີຜົນ ປໂຍດໃຫ້ແກ່ສັງຄົມລາວ. ມາຮອດປະຈຸບັນ ອາຍຸກໍເກືອບໄດ້ ໕ ປີພໍດີ. ເພື່ອເປັນການຍົກສຸງຖານະບົດບາດ ໃຫ້ກາຍເປັນຈຸດ ລວມທາງດ້ານຄວາມຄິດຂອງປະຊາຄົມລາວ, ອົງການລາວ ເພື່ອຄວາມກ້າວຫນ້າໃນສະຫະຣັຖ ໄດ້ມີນະໂຍບາຍເປີດກ້ວາງ ຮັບເອົາຄວາມນຶກຄິດ, ບົດຂຽນອື່ນໆ ຂອງພີ່ນ້ອງຊາວລາວ ມາລົງໃນແວັບແຫ່ງນີ້ (ອາດຈະເປັນພາສາອັງກິດ ຫຼືເປັນພາ ສາລາວກໍໄດ້).
ຖ້າຫາກທ່ານສົນໃຈ,
ຢາກຈະປະກອບສ່ວນ ສ້າງສັງຄົມລາວທາງດ້ານນີ້, ກະຣຸນາຕິດຕໍ່ cລະພົວພັນ khphanthavong@laoamerica.org ແລະ ໃບຫນ້າ ໃຫມ່, ເນື້ອໃນໃຫມ່ ຂອງເວັບແຫ່ງນີ້ ຈະປະກົດຂຶ້ນ ຢ່າງແນ່ນອນ ໃນປີໃຫມ່ ໒໐໐໙.